ໃນປີ 1968, ທ່ານໝໍຊາວເນເທີແລນ ອາຈານ ຢັບເດີຮາດ (Jaap de Haas), ດຣ. ນິກຟານຣິນ (Dr. Nick van Rhijn) ແລະ ດຣ. ເຟຼດ ໂກຼນນິງ (Dr. Fred Groening) ໄດ້ກໍ່ຕັ້ງຄະນະຮ່ວມມືການແພດ ເນເທີແລນ-ວຽດນາມຂຶ້ນ. ເຂົາເຈົ້າມີຄວາມເສຍໃຈ ກ່ຽວກັບ ສົງຄາມຂອງອາເມຣິກາ ໃນປະເທດວຽດນາມ ແລະ ເຈັບປວດ ຈາກຄວາມທຸກທໍລະມານ ທີ່ປະຊາຊົນຊາວວຽດນາມໄດ້ພົບພໍ້. ເປົ້າໝາຍຂອງອົງການ MCNV ແມ່ນເພື່ອສະເໜີໃຫ້ການຊ່ວຍເຫຼືອດ້ານການແພດຂະໜາດໃຫຍ່ ແກ່ເຂດທີ່ໄດ້ຮັບຜົນກະທົບຫຮ້າຍແຮງທີ່ສຸດໃນປະເທດວຽດນາມ.

ຄວາມສາມັກຄີ

ໃນຊຸມປີເຫຼົ່ານັ້ນ, ການເຮັດສົງຄາມທີ່ໂຫດຮ້າຍ ໃນປະເທດວຽດນາມ ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈຫຼາຍ ຂອງຄົນໃນທົ່ວໂລກ ແລະ ທີ່ແນ່ນອນກໍ່ແມ່ນປະເທດເນເທີແລນ. ມັນເປັນເວລາທີ່ຕ້ອງມີການຄັດຄ້ານ, ມີການເດີນຂະບວນປະທ້ວງ ແລະ ມີການກະທຳໃດໜຶ່ງ ແທນທີ່ຈະມີແຕ່ການເວົ້າ. ຈາກຄວາມສາມັກຄີກັນ ປະຊາຊົນຊາວເນເທີແລນ ໄດ້ຮ່ວມກັນບໍລິຈາກເງິນ. ໃນປີ 1973, ອົງການ MCNV ມີຜູ້ໃຫ້ທຶນ 67.000 ຄົນ ທີ່ໄດ້ບໍລິຈາກເງິນຈຳນວນ 4 ລ້ານເອີໂຣ. ການຊ່ວຍເຫຼືອດັ່ງກ່າວໃນເບື້ອງຕົ້ນປະກອບດ້ວຍ ການສົ່ງອຸປະກອນການແພດ ແລະ ຢາປົວພະຍາດມາຊ່ວຍເຫຼືອ. ຫຼັງຈາກສົງຄາມວຽດນາມ ສິ້ນສຸດລົງໃນປີ 1975, ການຊ່ວຍເຫຼືອບັນເທົາທຸກໄດ້ດຳເນີນຕໍ່ເປັນເວລາ 2-3 ປີ. ປະຊາຊົນຊາວເນເທີແລນ ໄດ້ພິສຸດໃຫ້ເຫັນວ່າເຂົາເຈົ້າມີຄວາມສາມາດໃນການປະດິດຄິດຄົ້ນ ໃນການລະດົມຄວາມສາມັກຄີ ຈາກ ‘‘ນັກດົນຕີສຳລັບວຽດນາມ’’ ຈົນຮອດ ‘‘ການຖັກແສ່ວສຳລັບວຽດນາມ’’. ໃນກາງຊຸມປີ 1970, ອົງການ MCNV ໄດ້ເຕີບໃຫຍ່ເປັນອົງການທີ່ເຂັ້ມແຂງ ໂດຍມີພະນັກງານທີ່ໄດ້ຮັບເງິນເດືອນ 2 ທ່ານ ແລະ ມີອາສາສະໝັກ 40 ຄົນຢູ່ຫ້ອງການ ໃນເມືອງອຳສະເຕີດາມ ແລະ ມີອາສາສະໝັກ 600 ຄົນ ໃນທົ່ວປະເທດ.

ໂຮງໝໍໂຮນລັງ

kopie-van-museum_int_03ໃນປີ 1973, ພາຍໃຕ້ການນຳພາຂອງທ່ານ ນິກຟານຣິນ, ອົງການ MCNV ໄດ້ສ້າງແຜນທຳອິດ ສຳລັບ ການບໍລິຈາກໂຮງໝໍ ແກ່ແຂວງກວາງຈີ ເຊິ່ງເປັນແຂວງທີ່ໄດ້ຮັບຜົນກະທົບຈາກສົງຄາມຮ້າຍແຮງທີ່ສຸດ.​ ຈາກການສະໜັບສະໜູນຂອງຜູ້ໃຫ້ການບໍລິຈາກຊາວເນເທີແລນ ລັດຖະມົນຕີ ສຳລັບ ປະເທດກຳລັງພັດທະນາ, ທ່ານ ຢານ ພຼ້ອງ ແລະ ທຸກມະຫາວິທະຍາໄລໃນປະເທດເນເທີແລນ ທີ່ເປັນສ່ວນໜຶ່ງຂອງໂຮງໝໍ ເຮັດໃຫ້ການກໍ່ສ້າງສາມາດເລີ່ມຕົ້ນໃນປີ 1974. ໃນປີ 1977, ໂຮງໝໍໂຮນລັງ ໃນເມືອງດົງຮ່າ ໄດ້ຮັບການເປີດນຳໃຊ້ຢ່າງເປັນທາງການ.

ປະຈຸບັນນີ້, ໂຮງໝໍຫຼັງເກົ່າເປັນຫໍພິພິດທະພັນຂອງອົງການ MCNV. ມີໂປດສະເຕີ, ຮູບພາບ ແລະ ສຽງປະກອບ ຈຳນວນນັບບໍ່ຖ້ວນ ແລະ ວັດຖຸອີກຫຼາຍຢ່າງທີ່ສະແດງໃຫ້ເຫັນປະຫວັດຂອງອົງການ MCNV ແລະ ມີພາບທີ່ໜ້າປະທັບໃຈ ຂອງການປະທ້ວງຕ້ານສົງຄາມວຽດນາມ ແລະ ຄວາມສາມັກຄີອັນໃຫຍ່ຫຼວງທີ່ສະແດງອອກໂດຍປະຊາຊົນຊາວເນເທີແລນ. ຫໍພິພິດທະພັນດັ່ງກ່າວ ກາຍເປັນສັນຍາລັກຂອງການຮ່ວມມືເປັນເວລາຫຼາຍກ່ວາ 30 ປີ ລະຫວ່າງ ແຂວງກວາງຈີ ແລະ ອົງການ MCNV ພ້ອມກັບປະຊາຊົນເນເທີແລນ ແລະ ໄດ້ຮັບການອຸທິດໃຫ້ແກ່ຄວາມສັດທາຂອງຜູ້ໃຫ້ທຶນອົງການ MCNV.

ການຢ້ຽມຢາມ

ຫໍພິພິດທະພັນ ໂຮງຮຽນແພດແຂວງກວາງຈີ, ເຂດດົງຫຼວງ ເມືອງດົງຮ່າ ສາມາດເຂົ້າຢ້ຽມຊົມໄດ້ ໃນວັນລັດຖະການ ໂດຍການນັດໝາຍໄວ້ລ່ວງໜ້າ.

ພະຍາດວັນນະໂລກ

ຫຼັງຈາກສົງຄາມ, ຜົນຕາມມາທີ່ໜ້າຢ້ານກົວ ສຳລັບ ປະເທດວຽດນາມກາຍມາເປັນທີ່ຮັບຮູ້ກັນ ແລະ ອົງການ MCNV ເຊິ່ງໃນເວລານັ້ນ ເປັນຄະນະກຳມະການຮ່ວມມືກັບວຽດນາມທີ່ໃຫຍ່ທີ່ສຸດ ໃນເອີຣົບ ໄດ້ເລີ່ມຕໍ່ສູ້ກັບພະຍາດວັນນະໂລກ ແລະ ມາລາເລຍ. ການຂົນຂວາຍຂອງອົງການ MCNV “ຈາກເງິນ 10 ກີວເດີ ຕໍ່ເດືອນ ທ່ານສາມາດປິ່ນປົວຄົນເຈັບວັນນະໂລກ ໃນປະເທດວຽດນາມໄດ້” ເປັນຂີດໝາຍການເລີ່ມຕົ້ນການຂົນຂວາຍເປັນເວລາ 25 ປີ ເພື່ອຕ້ານກັບພະຍາດວັນນະໂລກ ເຊິ່ງເປັນຊ່ວງເວລາທີ່ອົງການ MCNV ໄດ້ເຮັດວຽກຢ່າງໃກ້ຊິດກັບ ໂຮງໝໍປິ່ນປົວພະຍາດວັນນະໂລກທີ່ໃຫຍ່ໃນນະຄອນຫຼວງຮ່າໂນ່ຍ ແລະ ໂຮ່ຈິມິນ. ນັບແຕ່ປີ 1983 ເປັນຕົ້ນມາ, ອົງການ MCNV ໄດ້ຮ່ວມມືກັບສະມາຄົມສູນກາງຂອງກະສັດ ເພື່ອຕ້ານກັບພະຍາດວັນນະໂລກ ແລະ ຊ່ຽວຊານພະຍາດວັນນະໂລກ ດຣ. ຢາບ ໂບຼກມັ່ນ ແລະ ດຣ. ຫງວນດິງເຫື່ອງ ສ້າງພື້ນຖານ ສຳລັບ ແຜນງານແຫ່ງຊາດໃໝ່ເພື່ອຕ້ານກັບພະຍາດວັນນະໂລກ. ການສຶກສາ ກ່ຽວກັບ ການບົ່ງມະຕິ ແລະ ການປິ່ນປົວຄົນເຈັບວັນນະໂລກ ໄດ້ເຮັດໃຫ້ມີວິທີການທີ່ໄດ້ຮັບຜົນສຳເລັດດີທີ່ສຸດ ເພື່ອຕ້ານກັບພະຍາດວັນນະໂລກ ເຊິ່ງເປັນວິທີມາດຕະຖານທີ່ໄດ້ຮັບການນຳໃຊ້ໃນທົ່ວໂລກໃນປະຈຸບັນ.

ພະຍາດ ໄຂ້ມາລາເລຍ

ໃນປີ 1987, ໄດ້ມີການລະບາດຂອງພະຍາດໄຂ້ມາລາເລຍຂຶ້ນສະໝອງທີ່ຮ້າຍແຮງຫຼາຍ ເຊິ່ງເຮັດໃຫ້ຕ້ອງມີການເຝົ້າລະວັງ ອີກເທື່ອໃໝ່ ເພື່ອຕ້ານກັບພະຍາດໄຂ້ມາລາເລຍ . ຈາກການສະໜັບສະໜູນດ້ານການເງິນຂອງ ກະຊວງເພື່ອປະເທດກຳລັງພັດທະນາ, ອົງການ MCNV ໄດ້ແນະນຳຢາ DDT ເພື່ອຂັບໄລ່ຍຸງອອກຈາກເຮືອນຊານ. ການສຶກສາຂອງ ອົງການ MCNV ຍັງໄດ້ສະແດງໃຫ້ເຫັນວ່າ ມຸ້ງຍ້ອມດ້ວຍຢາ DDT ມີປະສິດທິຜົນ ແລະ 7 ປີຫຼັງຈາກທີ່ອົງການ MCNV ເລີ່ມແຈກຢາຍມຸ້ງດັ່ງກ່າວ ປະຊາຊົນວຽດນາມ 10 ລ້ານກ່ວາຄົນໄດ້ນອນໃນມຸ້ງ. ການປິ່ນປົວ ແລະ ພິເສດແມ່ນການປ້ອງກັນຍຸງທີ່ແຜ່ເຊື້ອພະຍາດໄຂ້ມາລາເລຍ ແລະ ໄຂ້ເລືອດອອກ ໄດ້ກາຍເປັນໜຶ່ງໃນບັນດາໂຄງການທີ່ສຳຄັນຂອງອົງການ MCNV ໃນຊຸມປີ 1990.

ໂອກາດສຳລັບທຸກຄົນ

ໃນເວລາທີ່ລັດຖະບານວຽດນາມເປີດກ້ວາງຊາຍແດນ ສຳລັບ ນັກລົງທຶນຕ່າງປະເທດ ດ້ວຍນະໂຍບາຍຈິນຕະນາການໃໝ່ (Doi Moi) ແລະ ການເກືອດຫ້າມທາງການຄ້າຂອງອາເມຣິກາ ໄດ້ຮັບການຍົກເລີກໃນປີ 1994, ເສດຖະກິດຂອງວຽດນາມ ໄດ້ເລີ່ມຈະເລີນເຕີບໂຕ. ປະເທດໄດ້ຮັບພັດທະນາໃນຫຼາຍດ້ານ ເພື່ອວ່າອະນາຄົດຂອງປະຊາກອນ ສ່ວນໃຫຍ່ໃນປະຈຸບັນມີຄວາມແຈ່ມໃສ ແຕ່ໃນຂະນະດຽວກັນຄວາມແຕກຕ່າງກັນຂອງຜູ້ຮັ່ງ ແລະ ຜູ້ທຸກ ພັດເພີ່ມຂຶ້ນ ແລະ ໃນເຂດຊົນນະບົດຍັງມີປະຊາກອນທີ່ທຸກຍາກຈຳນວນຫຼາຍລ້ານຄົນ ທີ່ບໍ່ໄດ້ຮັບການສຶກສາ ແລະ ການຮັກສາສຸຂະພາບທີ່ດີ. ນັບຕັ້ງແຕ່ຊຸມປີ 1990, ອົງການ MCNV ໄດ້ຫັນຄວາມສົນໃຈຕໍ່ປະຊາຊົນເຫຼົ່ານີ້ ເຊິ່ງເຂົາເຈົ້າຍັງບໍ່ໄດ້ຮັບຜົນປະໂຫຍດ ຈາກຄວາມກ້າວໜ້າດັ່ງກ່າວ.

ໃນປີ 1997, ແຂວງເບນແຈທີ່ຕັ້ງຢູ່ແຄມຝັ່ງທະເລທາງພາກໃຕ້ຖືກຜົນກະທົບຈາກພາຍຸໃຕ້ຝຸ່ນ ເຊິ່ງເປັນເຫດເຮັດໃຫ້ມີການເສຍຊີວິດ ຈຳນວນຫຼາຍ ໃນທະເລ ແລະ ທຳລາຍບ້ານເຮືອນຂອງປະຊາຊົນຫຼາຍແສນຫຼັງ. ເຫດການດັ່ງກ່າວໄດ້ເຮັດໃຫ້ອົງການ MCNV ເລີ່ມໃຫ້ທຶນກູ້ຢືມຂະໜາດນ້ອຍໃຫ້ແກ່ແມ່ຍິງທີ່ສຸນເສຍຍາດພີ່ນ້ອງ ເຮັດໃຫ້ເຂົາເຈົ້າມາສາມາດເລີ່ມຕົ້ນທຸລະກິດແບບງ່າຍດາຍ ເພື່ອໃຫ້ຊ່ວຍເຫຼືອຕົນເອງໄດ້ດີຂຶ້ນ. ອົງການ MCNV ໄດ້ສືບຕໍ່ພັດທະນາ ແລະ ຂະຫຍາຍລະບົບສິນເຊື່ອຂະໜາດນ້ອຍ (ກອງທຶນໝູນວຽນ) ໂດຍການຮ່ວມມືຢ່າງໃກ້ຊິດກັບສະຫະພັນແມ່ຍິງ.

ການມີຄວາມຮັບຜິດຊອບຕໍ່ສຸຂະພາບຂອງຕົນເອງ ໄດ້ກາຍເປັນເປົ້າໝາຍຂອງໂຄງການພັດທະນາສາທາລະນະສຸກຊຸມຊົນ. ໃນປະມານ 300 ໝູ່ບ້ານ ໃນແຂວງກວາງຈີ ໂຄງການໄດ້ຮັບການຈັດຕັ້ງປະຕິບັດ ໂດຍການໃຫ້ຊາວບ້ານສ້າງແຜນເອົາເອງ ເພື່ອປັບປຸງຕາມສະພາບເງື່ອນໄຂຂອງຕົນເອງ. ວິທີການນີ້ ໃນປະຈຸບັນ ໄດ້ຮັບການສະໜັບສະໜູນ ໂດຍອົງການ MCNV ໃນຫຼາຍໆບ່ອນຕາມເປົ້າໝາຍຂອງອົງການ ເຊັ່ນ: ສຸຂະພາບ ແລະ ຍົກລະດັບມາດຕະຖານການດຳລົງຊີວິດ.

ການສ້າງຄວາມອາດສາມາດ, ການຝຶກອົບຮົມທ່ານໝໍ ແລະ ພະຍາບານ ສຳລັບ ພະນັກງານແພດ ໃນເຂດຫ່າງໄກສອກຫຼີກເປັນສິ່ງໜຶ່ງທີ່ໄດ້ກຳນົດໄວ້ໃນຄຸນຄ່າການເຮັດວຽກຂອງອົງການ MCNV. ນອກຈາກນັ້ນ, ຍັງໄດ້ມີການສ້າງເຄື່ອຂ່າຍການຮ່ວມມື ໃນເຂດທີ່ມີຄວາມທຸກຍາກທີ່ສຸດ ໃນປະເທດວຽດນາມ ແລະ ສປປ ລາວ ລະຫວ່າງ ຂະແໜງການສາທາລະນະສຸກ, ສຶກສາ ແລະ ກະສິກຳ ແລະ ທີ່ສຳຄັນກ່ວານັ້ນ ແມ່ນຕົວຂອງປະຊາຊົນເອງ.

ອົງການ MCNV ມີຫ້ອງການໃນປະເທດວຽດນາມ, ລາວ ແລະ ເນເທີແລນ, ມີພະນັກງານທີ່ເປັນຄົນວຽດນາມ ແລະ ຄົນລາວ ແລະ ຊ່ຽວຊານຈາກເນເທີແລນ. ອົງການ MCNV ສາມາດສືບຕໍ່ດຳເນີນວຽກງານຂອງຕົນ ຍ້ອນການສະໜັບສະໜູນຂອງຜູ້ໃຫ້ທຶນທີ່ມີຄວາມເຫຼື້ອມໃສສັດທາ ໃນປະເທດເນເທີແລນ ແລະ ທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ, ກະຊວງການຕ່າງປະເທດ, ທຶນຊ່ວຍເຫຼືອຂອງອາເມຣິກາ ແລະ ແຫຼ່ງທຶນເພື່ອຄວາມສະເໝີພາບ ແລະ ກອງທຶນຄອບຄົວ ອື່ນໆອີກ.

ວິດີໂອ